ການແຂ່ງຂັນປະຈຳປີ 2024

ເງື່ອນໄຂ ຜູ້ສະໝັກ ແລະ ຜະລິດຕະພັນ:

1 ເງື່ອນໄຂ ຂອງຜູ້ສະໝັກ:

- ນັກຮຽນ, ນັກສຶກສາ ຫຼື ນັກຄົ້ນຄວ້າ ທີ່ຂຶ້ນກັບຂະແໜງການສຶກສາໃດໜຶ່ງ.
- ເປັນບຸກຄົນ, ນິຕິບຸກຄົນ ທີ່ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ.
- ເປັນນິຕິບຸກຄົນ ທີ່ຮ່ວມທຶນກັບຕ່າງປະເທດ, ແຕ່ຄົນລາວຈະຕ້ອງຖືຮຸ້ນ ຢ່າງໜ້ອຍ 51% ຂອງຈຳນວນຮຸ້ນທັງໝົດ.

2 ເງື່ອນໄຂ ຂອງຜະລິດຕະພັນ:

- ຜູ້ສະເໜີເຂົ້າແຂ່ງຂັນຕ້ອງເປັນເຈົ້າ ຂອງຜົນງານ/ຜະລິດຕະພັນ ຖືກຕ້ອງ ສອດຄ່ອງ ຕາມກົດໝາຍຊັບສິນ ທາງປັນຍາ;
- ການພັດທະນາຕ້ອງເຮັດຂຶ້ນໃນ ສປປ.ລາວ ຢ່າງໜ້ອຍ 51% ລວມມີ: ການຄົ້ນຄວ້າ, ການພັດທະນາ ແລະ ການອອກແບບ.
- ໜື່ງຜະລິດຕະພັນສາມາດສົ່ງເຂົ້າແຂ່ງໄດ້ໜວດດຽວເທົ່ານັ້ນ.

ໝວດຜະລິດຕະພັນ:

1 ໝວດກ່ຽວກັບພາກລັດ ຫຼື ສາທະລະນະ (Gov/Public Sector)

  • ບັນດາຜະລິດຕະພັນ ICT/Digital ທີ່ເຮັດໃຫ້ລະບົບການປະຕິບັດວຽກງານ ຂອງພາກລັດ ມີປະສິດທິພາບ,ປະສິດທິຜົນ,ໂປງໃສ່ ແລະ ປະຢັດງົບປະມານ;
  • ບັນດາຜະລິດຕະພັນ ICT/Digital ທີ່ຖືກຈັດຕັ້ງໂດຍ; ອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງທີ່ໃຫ້ບໍລິການສາທາລະນະ ເພື່ອໃຫ້ບໍລິການແກ່ສາທາລະນະຊົນ ຢ່າງຄຸ້ມຄ່າ ແລະ ດີທີ່ສຸດ;
  • ບັນດາຜະລິດຕະພັນ ICT/Digital ທີ່ໄດ້ພັດທະນາຂຶ້ນມາ ເພື່ອຕອບສະໜອງວຽກງານສະເພາະ ຂອງລັດຖະບານໃນການບໍລິການປະຊາຊົນ, ຊຶ່ງການບໍລິການດັ່ງກ່າວ ແມ່ນຖືກຄຸ້ມຄອງໂດຍພາກລັດ;
  • ບັນດາຜະລິດຕະພັນ ICT/Digital ທີ່ໄດ້ຮັບການພັດທະນາໂດຍ ພາກລັດ, ພາກເອກະຊົນ ຫຼື ບໍລິສັດທີ່ຮັບການລົງທຶນໂດຍລັດຖະບານ ຫຼື ເງິນທຶນຈາກຕ່າງປະເທດ. ຜະລິດຕະພັນ ອາດຢູ່ໃນໄລຍະການທົດລອງ, ຊຶ່ງບໍ່ຈຳເປັນຕ້ອງເປັນຜະລິດ ຕະພັນທີ່ສຳເລັດທຸກຂັ້ນຕອນ. ແຕ່ພາກລັດ ຫຼື ອົງການຈັດຕັ້ງທີ່ບໍລິການສາທາລະນະຊົນ ແມ່ນໄດ້ນຳໃຊ້ແລ້ວ;
  • ບັນດາຜະລິດຕະພັນ ICT/Digital ທີ່ໄດ້ຮັບການພັດທະນາ ເພື່ອຈຸດປະສົງໃນການຄ້າ ແມ່ນບໍ່ລວມຢູ່ກັບໝວດນີ້;
  • ໜັງສືຢັ້ງຢືນຄວາມຮັບຮູ້ ຫຼື ການຍອມຮັບ ຈາກພາກສ່ວນທີ່ນຳໃຊ້ຊອບແວດັ່ງກ່າວ ຕ້ອງໄດ້ນຳສະເໜີລະຫວ່າງການເຂົ້າປະກວດ.

2. ໝວດກ່ຽວກັບພາກເອກະຊົນ (Private Sector)

ບັນດາຜະລິດຕະພັນ ICT/Digital ທີ່ຕອບສະໜອງຄວາມຕ້ອງການຂອງພາກທຸລະກິດ ໃນການດໍາເນີນທຸລະກິດ ເຊັ່ນ: ຜະລິດຕະພັນທີ່ນຳໃຊ້ ໃນທາງອຸດສະຫະກຳ, ການຄ້າ, ການຂົນສົ່ງ, ການເງິນ, ທະນາຄານ, ການສຶກສາ, ການສຶ່ສານ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆ.

3. ໝວດກ່ຽວກັບນະວັດຕະກໍາ (Digital Innovation)

ຜະລິດຕະພັນ, ການບໍລິການ ຫຼືໂຄງການດີຈີຕອນທີ່ເກີດຈາກການຄົ້ນຄວ້າ ເຊິ່ງສົ່ງເສີມນະວັດຕະກໍາເປັນຂໍ້ໄດ້ປຽບໃນການແຂ່ງຂັນຫຼັກ ເພື່ອສ້າງຜົນກະທົບທີ່ໂດດເດັ່ນໃນວິທີການດຳເນີນທຸລະກິດ ຫຼື ຍົກສູງຄຸນນະພາບຊີວິດຂອງຜູ້ຊົມໃຊ້ຢ່າງຫຼວງຫຼາຍ.

4. ໝວດຜະລິດຕະພັນສະຕາດອັບ (Digital Start-Up)

  • ບັນດາບໍລິສັດຕ່າງໆ ທີ່ຫາກໍ່ສ້າງຕັ້ງ ແລະ ດຳເນີນກິດຈະການ ກ່ຽວກັບການພັດທະນາ ຜະລິດຕະພັນ ICT/Digital, ຊຶ່ງຕ້ອງມີເງຶ່ອນໄຂ ດັ່ງຕໍ່ໄປນີ້:
  • ສະແດງເອກະສານຢັ້ງຢືນການສ້າງຕັ້ງບໍລິສັດ;
  • ເປັນບໍລິສັດທີ່ຈົດທະບຽນບໍ່ເກີນ 3 ປີ ນັບຈາກວັນທີ່ຍື່ນເອກະສານເຂົ້າຮ່ວມການແຂ່ງຂັນ;
  • ຜູ້ທີ່ມີສິດເຂົ້າຮ່ວມການແຂ່ງຂັນ ຕ້ອງເປັນຜູ້ທີ່ຖືຫຸ້ນໃຫຍ່ ຂອງບໍລິສັດ ຫຼື ຜູ້ຫຼັກໃນການພັດທະນາຜະລິດຕະພັນ.

5. ໝວດຜົນງານຂອງ ນັກພັດທະນາ, ແນວຄວາມຄິດໃໝ່-ສ້າງສັນ, ເວທີນັກສຶກສາ

  • ການຄົ້ນຄ້ວາ, ການສ້າງ ທີ່ເປັນການຄົ້ນພົບ ຫຼື ປະດິດຄວາມຮູ້, ວິທີການ, ຜະລິດຕະພັນ ທີ່ຄິດຄົ້ນໂດຍນັກສຶກສາໂດຍຕ້ອງມີເງື່ອນໄຂດັ່ງຕໍ່ໄດ້ນີ້:
  • ກຸ່ມແນວຄວາມຄິດໃໝ່-ສ້າງສັນ, ກຸ່ມນັກຄົ້ນຄວ້າ, ແລະ ເປັນນັກສຶກສາ ໃນລະດັບປະລິນຍາຕີ ລົງມາໃນທຸກສາຂາວິຊາ ໂດຍມີເອກະສານຢັ້ງຢືນການເປັນນັກສຶກສາ;
  • ມີຜະລິດຕະພັນຕົ້ນແບບ ຫຼື ສົມບູນ.

ຂັ້ນຕອນການສະໝັກ:

1. ປະກອບຂໍ້ມູນໃສ່ແບບຟອມສະໝັກປະກວດ Lao Digital Award ໃຫ້ຄົບຖ້ວນ ສາມາດດາວໂຫຼດແບບຟອມໄດ້ທີ່

ຟອມສະໝັກເຂົ້າແຂ່ງຂັນທົ່ວໄປ

ຟອມສະໝັກສຳລັບນັກພັດທະນາ-ນັກສຶກສາ

2. ສົ່ງບົດການນຳສະເໜີກ່ຽວກັບ ຜະລິດຕະພັນ ຂອງຕົນ ໃນຮູບແບບວິດີໂອ ຫລື ບົດສະເໜີໃນ PowerPoint ກໍ່ໄດ້.

ຊ່ອງທາງການສົ່ງແບບຟອມສະໝັກ ແລະ ສົ່ງບົດການນຳສະເໜີມີ ດັ່ງລຸ່ມນີ້:
- ສາມາດສົ່ງລິ້ງຂອງ Google Drive ມາທີ່ອີເມວລ໌: laoictaward@gmail.com

ວາລະການແຂ່ງຂັນ

ການສະເໜີຜະລິດຕະພັນ

ທຸກຜະລິດຕະພັນທີ່ສົ່ງເຂົ້າປະກວດ ຈະຕ້ອງເຮັດບົດນໍາສະເໜີຜະລິດຕະພັນຂອງຕົນໃນ 1 ຂອງ 2 ຮູບແບບທາງລຸ່ມນີ້:
  1. ໃນຮູບແບບ ວິດີໂອ ຕ້ອງເປັນໄຟລ໌ນາມສະກຸນ .mp4 ຄວາມຍາວ 2-5 ນາທີ ແລະ ບັນລະຍາຍເປັນພາສາລາວ ຫຼື ພາສາອັງກິດກໍໄດ້ 
  2. ໃນຮູບແບບບົດນຳສະເໜີ PowerPoint ຕ້ອງເປັນໄຟລ໌ນາມສະກຸນ .pptx, .ppt, ຫລື .pdf ໂດຍມີເນື້ອໃນເປັນພາສາລາວ ຫລື ອັງກິດ ກໍ່ໄດ້ ເວລາໃນການສະເໜີ ແລະ ຖາມຕອບ 15 ນາທີ