ກ່ຽວກັບລາວດິຈິຕອນອໍວອດ:

ໂຄງການ ຈັດປະກວດ Lao ICT Award ເປັນໂຄງການ ຂອງ ກະຊວງ ປທສ, ຊຶ່ງເລີ່ມຈັດຂຶ້ນມາຕັ້ງແຕ່ປີ 2017 ເພື່ອສະໜັບສະໜູນ ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ແລະ ບໍລິສັດຕ່າງໆ ໄດ້ມີໂອກາດສະແດງສັກກະຍະພາບ ແລະ ຄວາມສາມາດ ຂອງຕົນ ທາງດ້ານໄອຊີທີ. ພ້ອມນັ້ນ, ກໍຍັງເປັນການສ້າງແຮງບັນດານໃຈໃນການສົ່ງຜົນງານເຂົ້າຮ່ວມໃນເວທີພາກພື້ນອາຊຽນ ກໍຄື ໂຄງການ ASEAN ICT Awards. ສຳລັບ ປີ 2024 ແມ່ນຈະເປີດຮັບເອົາຜະລິດຕິພັນນະວັດຕະກຳ ໄອຊີທີຂອງ ລາວ ເພື່ອຄັດເລືອກເອົາຜົນງານທີ່ດີເດັ່ນ ໂດຍມີ 5 ໝວດໃຫຍ່ຄື: ໝວດພາກເອກະຊົນ, ໝວດພາກລັດ, ໝວດສະຕາດອັບ, ນັກພັດທະນາ ເວທີນັກສຶກສາ, Cyber Hacking challenge

ການປະກວດແຕ່ລະປີ

ປີ 2024

ໃນປີ 2024 ການປະກວດຮອບສຸດທ້າຍແມ່ນຈັດຂື້ນທີ່ຫໍປະຊຸມແຫ່ງຊາດ ປີນີ້ແບ່ງອອກເປັນ 4 ໝວດ ຄືໝວດພາກລັດ, ໝວດພາກເອກະຊົນ, ໝວດສະຕາດອັບ ແລະ ໝວດນັກສຶກສາ ທີມຜ່ານເຂົ້າຮອບສຸດທ້າຍມີທັງໝົດ 25ທີມ

ທີມທີ່ໄດ້ລາງວັນໝວດພາກເອກະຊົນ

  1. ewent.la
  2. Laos Health
  3. LoudChat

ທີມທີ່ໄດ້ລາງວັນໝວດພາກລັດ

  1. ລະບົບຄັງສຳເນົາເອກະສານແບບເອເລັກໂຕຼນິກ (E-BOOK)
  2. ລະບົບອອກໃບອະນຸຍາດດ້ານໄອຊີທີ(TCAP)
  3. ລະບົບຖານຂໍ້ມູນການທ່ອງທ່ຽວແບບເອເລັກໂຕຼນິກ ຂອງ ສປປລາວ

ທີມທີ່ໄດ້ລາງວັນໝວດສະຕາດອັບ

  1. EASY GOLD By Khamphouvong
  2. ຄິດຮອດ
  3. LaoVibes

ທີມທີ່ໄດ້ລາງວັນໝວດນັກພັດທະນາ ເວທີນັກສຶກສາ

  1. 4B For Business
  2. PrepPath
  3. Sangsai Application

ປີ 2022

ໃນປີ 2022 ການປະກວດຮອບສຸດທ້າຍແມ່ນຈັດຂື້ນທີ່ຫໍປະຊຸມແຫ່ງຊາດ ປີນີ້ແບ່ງອອກເປັນ 2 ໝວດທົ່ວໄປ ແລະ ໝວດນັກສຶກສາ

ທີມທີ່ໄດ້ລາງວັນໝວດທົ່ວໄປ

  1. ການພັດທະນາດິຈິຕອນ ລາວແອັບ ເປັນຊຸບເປີແອັບ ຈາກ ບໍລິສັດ ສະຕາໂທລະຄົມ
  2. ຂາຍມ່ວນ ຈາກ ບໍລິສັດ ແມ່ຂອງ ດິຈິຕອນ ຈຳກັດ
  3. ນຳ້ດື່ມສະອາດວາຣີ (Vari Drinking Water) ຈາກ ບໍລິສັດ ວາຣີ ຈໍາກັດ
  4. HAL Super App ຈາກ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈໍາກັດຜູ້ດຽວ
  5. Document Management System ຈາກ ບໍລິສັດ ຊີເອັສ ອິນເທເລັກ (ລາວ) ຈໍາກັດ

ທີມທີ່ໄດ້ລາງວັນໝວດນັກສຶກສາ

  1. Helppy App ຈາກ ທ ຄຳໄຊ ມົວ
  2. Lao Sport App ຈາກ ທ ສູນທອນ ອ່ອນຕາອິນດາລາ
  3. Netchaintour ຈາກ ທ ບຸນພອນ ໂກສະດາ

ປີ 2019

ໃນປີ 2019 ການປະກວດຮອບສຸດທ້າຍແມ່ນຈັດຂື້ນທີ່ໂຮງແຮມ ດອນຈັນ ພາເລດ ປີນີ້ແບ່ງອອກເປັນ 2 ໝວດໃຫຍ່ ຄືໝວດທົ່ວໄປ ແລະ ໝວດນັກສຶກສາ ທີມຜ່ານເຂົ້າຮອບສຸດທ້າຍໝວດທົ່ວໄປມີ 10ທີມ ແລະ ໝວດນັກສຶກສາ 05ທີມ

ທີມທີ່ໄດ້ລາງວັນໝວດທົ່ວໄປ

  1. Goteddy ລາງວັນເງີນສົດ 14 000 000 ກີບ
  2. ລະບົບການຊຳລະຄາທຳນຽມທາງແບບທັນສະໃໝ (Road Tax) ລາງວັນເງີນສົດ 7 000 000 ກີບ
  3. Shopping-D Lao Online Supermarket ລາງວັນເງີນສົດ 5 000 000 ກີບ
  4. ແອບກົດໝາຍລາວ (laolaw) ລາງວັນເງີນສົດ 3 000 000 ກີບ
  5. ລະບົບຖານຂໍ້ມູນຄວາມຮູ້ທາງດ້ານຊີວະນາໆພັນກະສິກຳລາວ"ພາເຂົ້າລາວ" ລາງວັນເງີນສົດ 2 000 000 ກີບ

ທີມທີ່ໄດ້ລາງວັນໝວດນັກສຶກສາ

  1. ລາງວັນຊະນະເລີດ Lao Emergency Rescue Mobile Application ລາງວັນເງີນສົດ 5 000 000 ກີບ
  2. ລາງວັນຮອງອັນດັບ1 ShareWay ລາງວັນເງີນສົດ 2 000 000 ກີບ
  3. ລາງວັນຮອງອັນດັບ2 CarCare Delivery ລາງວັນເງີນສົດ 1 000 000 ກີບ

ປີ 2018

ໃນປີ 2018 ການປະກວດຮອບສຸດທ້າຍແມ່ນຈັດຂື້ນທີ່ຫໍວັດທະນະທຳແຫ່ງຊາດ ໂດຍມີທີມຜ່ານເຂົ້າຮອບສຸດທ້າຍ 09ທີມ

ທີມທີ່ໄດ້ລາງວັນ

  1. BCEL OneHeart ລາງວັນເງີນສົດ 8 000 000 ກີບ
  2. jobjibjib ລາງວັນເງີນສົດ 5 000 000 ກີບ
  3. Typr ລາງວັນເງີນສົດ 3 000 000 ກີບ

ປີ 2017

ໃນປີ 2017 ການປະກວດຮອບສຸດທ້າຍແມ່ນຈັດຂື້ນທີ່ສະໜາມກິລາບູໂດ ໂດຍມີທີມຜ່ານເຂົ້າຮອບສຸດທ້າຍ 12ທີມ

ທີມທີ່ໄດ້ລາງວັນ

  1. ແອັບລາວໂອທິສຊຶມທັອກ Lao Autism ລາງວັນເງີນສົດ 8 000 000 ກີບ
  2. ໂຕະລາວ ລາງວັນເງີນສົດ 5 000 000 ກີບ
  3. Bizgital ລາງວັນເງີນສົດ 3 000 000 ກີບ